ຂ່າວໃໝ່

Post Top Ad

Your Ad Spot

Wednesday, August 22, 2018

ວັດ​ພະ​ບາດ​ແອວ​ຂັນ

 ວັດ​ພະ​ບາດ​ແອວ​ຂັນ ມີ​ພະ​ລານ​ຫີນອັນ​ສວຍ​ງາມ​ແລະ​ຕົ້ນ​ໄມ້​ອັນ​ສວຍ​ງາມ​ແລະ​ຕົ້ນ​ໄມ້​ຮົ່ມ​ເຢັນ​ເໝາະ​ແກ່​ການ​ພັກຜ່ອນ​ຍ່ອນ​ໃຈ, ຕັ້ງ​ຢູ່​ບ້ານ​ນາຄາ​ຍ​ເມືອງ​ໄຊ​ທານີ ຫ່າງ​ຈາກ​ຕົວ​ເມືອງ​ວຽງ​ຈັນ​ປະມານ 30 ກິ​ໂລ​ແມັດ​ຕາມ​ເສັ້ນທາງ​ໄປ​ບ້ານ​ເກິ​ນ ​ແລ້ວ​ແວ່​ເຂົ້າ​ໄປ​ຕາມ​ທາງ​ໄປ​ນາ​ນົກ​ຂຸ້ມ​ປະມານ 19 ກິ​ໂລ​ແມັດ. ວັດ​ດັ່ງກ່າວ​ຖືກ​ຄົ້ນ​ພົບ​ໃນ​ປີ 1936 ​ແລະ ​ໄດ້​ຮັບ​ການ​ປະຕິສັງຂອນ​ໃນ​ປີ 1980  ​ເປັນ​ຕົ້ນ​ມາມີ​ເນື້ອ​ທີ່​ກວ່າ 840 ​ເຮັກຕາ​ເຊິ່ງນອກ​ຈາກ​ນັ້ນ​ເປັນ​ບ່ອນ​ກາບ​ໄຫວ້​ບູຊາ​ແລ້ວ​ຍັງ​ມີ​ສະຖານ​ທີ່​ທ່ອງ​ທ່ຽວ​ທາງ​ທຳ​ມະ​ຊາດ​ທີ່​ຫຼາກ​ຫຼາຍ​ແຫ່ງ​ພາຍ​ໃນ​ບໍລິ​ເວນ​ວັດ​ນີ້​ເຊັ່ນ: ພຣະລານ​ຫີນຖ້ຳ​ງູ​ຊວງ ມີ​ຫີນ​ເປັນ​ຮູບ​ຮ່າງ​ຂອງ​ງູມີ​ຫົວ,ຫາງ ​ແລະ ​ເກັດລຳຄີງ​ຂອງ​ໂຕ​ງູ​ຍາວ​ເຖິງ 41​ແມັດ ​ແລະ​ນ້ຳຕົກ​ຕາດ​ສູງ​ປະມານ 430 ແມັດ. ສ່ວນ​ລຸ່ມ​ຂອງ​ນ້ຳຕົກຕາດ​ມີ​ຮູບ​ຮ່າງ​ລັກສະນະ​ຄື​ຮອຍ​ຂອງ​ພະບາດ ​ແລະ ສ່ວນ​ເທິງ​ເປັນ​ຮູບ​ລັກສະນະ​ຄື​ຫົວ​ຍັກ. ໜ້າ​ສົນ​ໃຈ​ໄປ​ກວ່າ​ນັ້ນ​ແມ່ນ​ຖ້ຳ​ຄູນ ​ເຊິ່ງ​ເປັນ​ຖ້ຳ​ທີ່​ສ້າງ​ຊື່​ສຽງ​ໃຫ້​ແກ່​ວັດ​ນີ້ຢູ່​ໃນ​ຖ້ຳ​ມີ​ນ້ຳ​ໃສ ​ແລະ ​ເຢັນ​ພ້ອມ​ປາດຸກ​ສັກສິດ 3 ​ໂຕ​ເມື່ອ​ຊາວ​ພຸດທະ​ສາສະນິກະ​ຊົນຜູ້​ທີ່​ເຫຼື້ອມ​ໃສ​ສັດທາ​ເຂົ້າ​ໄປ​ບູຊາ​ເອົາ​ນ້ຳ​ຢູ່​ໃນ​ຖ້ຳ​ນີ້​ມາ​ດື່ມ ກໍ່​ປາກົດ​ວ່າ​ຫາຍ​ຈາກ​ພະຍາດ​ໂຣຄາ. ນັບ​ແຕ່​ປີ 2011 ​ເປັນ​ຕົ້ນ​ມາ​ເພິ່ນ​ໄດ້ຈັດງານ​ບຸນ​ພະ​ບາດ​ແອວ​ຂັນ​ຂຶ້ນ​ໃນ​ວັນ​ທີ 8,9 ​ແລະ 10 ​ເດືອນ​ທັນວາຂອງ​ທຸກ​ໆປີ.

No comments:

Post a Comment

Post Top Ad

Your Ad Spot