ວັດອົງຕື້ເປັນວັດໜຶ່ງ
ໃນຈໍານວນຫຼາຍໆວັດທີ່ເກົ່າແກ່ ແລະ ມີຄວາມສໍາຄັນທາງບູຮານສະຖານ ແລະ ປະຫວັດສາດ
ຢູ່ໃນນະຄອນຫຼວງວຽງຈັນ, ທັງເປັນວັດທີ່ປະຊາຊົນທັງພາຍໃນ
ແລະ ຕ່າງປະເທດເຄົາລົບ. ນອກຈາກນີ້ວັດອົງຕື້ ຍັງເປັນວັດສໍາລັບປະກອບພິທີ
ທີ່ສໍາຄັນຕ່າງໆທາງຣາຊະການ ສະໄໝເກົ່າເຊັ່ນ: ພິທີຖືນໍ້າ ( ສັດຕະຍາບັນ ຫຼື ສາບານ )
ຂອງອາດຍາສິດການປົກຄອງ ແລະ ພິທີເຮັດບຸນສໍາຄັນໆ ທີ່ເປັນທາງການ, ສິ່ງສໍາຄັນທີ່ໄດ້ດຶງດູດເອົາປະຊາຊົນທັງພາຍໃນ ແລະ
ຕ່າງປະເທດໃຫ້ເກີດສັດທາ ເຫຼື້ອມໃສນັ້ນກໍຍ້ອນວ່າ ວັດອົງຕື້ ເປັນວັດທີ່ເກົ່າແກ່
ເຊິ່ງມີສິມໃຫຍ່ ແລະ ພຣະເຈົ້າອົງຕື້ ເປັນສັກຂີພິຍານ ທາງປະຫວັດສາດ
ວັດອົງຕື້ມີຊື່ເດີມວ່າ: ວັດສີພູມ ຫຼື ໄຊຍະພູມ ຕໍ່ມາຮອດປີ ຄ.ສ 1566 ພະເຈົ້າໄຊຍະເສດຖາທິລາດ ໄດ້ມາສ້າງພຣະເຈົ້າອົງຕື້ຂຶ້ນ
ແລ້ວມາປະດິດສະຖານໄວ້ ໃນວັດສີພູມນີ້ ຈຶ່ງໄດ້ຕັ້ງຊື່ວັດໃໝ່ວ່າ: “ວັດອົງຕື້” ຕາມຊື່ຂອງພຣະພຸດທະຮູບໃໝ່ນັ້ນ.
ວັດອົງຕື້ໄດ້ປະຕິສັງຂອນເອົາວັດສີພູມ ເຊິ່ງເປັນວັດທີ່ເກົ່າແກ່ມາແຕ່ສະໄໝ
ພະຍາຈັນທະບູລີປະສິດທິສັກ ໄດ້ສ້າງຂຶ້ນໃນລະຫວ່າງ 300 ປີກ່ອນ ຄ.ສ ຫຼັງຈາກນັ້ນ ມາເປັນເວລາ 1870
ກວ່າປີ
ຈຶ່ງມາຮອດສະໄໝພະເຈົ້າໄຊຍະເສດຖາທິລາດ ໄດ້ເປັນຜູ້ມາສະຖາປະນາ ເອົາເມືອງວຽງຈັນຂຶ້ນເປັນ
ນະຄອນຫຼວງຂອງປະເທດໃນປີ ຄ.ສ 1560 ມາຮອດປີ ຄ.ສ 1566 ວັດອົງຕື້ ຈຶ່ງໄດ້ປະຕິສັງຂອນຂຶ້ນ
ຈາກວັດສີພູມດັ່ງກ່າວມາແລ້ວ.
Post Top Ad
Your Ad Spot
Sunday, August 19, 2018
Subscribe to:
Post Comments (Atom)
Post Top Ad
Your Ad Spot
Author Details
Ut wisi enim ad minim veniam, quis nostrud exerci tation ullamcorper suscipit lobortis nisl ut aliquip ex ea commodo consequat. Duis autem vel eum iriure dolor in hendrerit in vulputate velit esse molestie consequat.

No comments:
Post a Comment