ຂ່າວໃໝ່

Post Top Ad

Your Ad Spot

Sunday, August 19, 2018

ຫໍພຣະແກ້ວ

           
             ວັດຫໍພຣະແກ້ວມໍຣະກົດ​ ຕັ້ງຢູ່ ພາຍໃນວັດເກົ່າແກ່ ໃນເຂດພະລາດຊະວັງ ສ້າງຂຶ້ນປີ ຄສ 1565. ໂດຍເຈົ້າໄຊຍະເສດຖາທິລາດ ເປັນທີ່ປະດິດສະຖານ ພະແກ້ວມໍລະກົດ ລະຫວ່າງປີ ຄສ 1565 1779 (ຫຼັງຈາກນັ້ນຈຶ່ງຖືກແມ່ທັບສະຫຍາມຍຶດໄປໄວ້ບາງກອກ).
        ຫໍພະແກ້ວ ຖືກຈູດເຜົາທຳລາຍ ພ້ອມກັບເມືອງວຽງຈັນ ແຕ່ໄດ້ຮັບການບູລະນະຄືນຕາມຮູບຊົງເດີມ ນັບແຕ່ປີ ຄສ 1970 ເປັນຕົ້ນມາ. ເຖິງວ່າບໍ່ມີ ພະແກ້ວມໍລະກົດ ແລ້ວ; ແຕ່ກໍ່ຍັງເປັນທີ່ ສັກກະລະບູຊາ ຂອງຊາວລາວ ແລະ ເປັນທີ່ຮວບລວມ ແລະ ຈັດສະແດງວັດຖຸບູຮານ ເຊັ່ນ: ພຣະພຸດທະຮູບ, ສີລາຈາລຶກເປັນຕົ້ນ.

No comments:

Post a Comment

Post Top Ad

Your Ad Spot