ຂ່າວໃໝ່

Post Top Ad

Your Ad Spot

Sunday, August 19, 2018

ວັດສີເມືອງ

ວັດສີເມືອງ ເປັນວັດ ທີ່ຕັ້ງ ຂອງເສົາຫຼັກ ເມືອງວຽງຈັນ, ຊາວບ້ານມັກໄປປະກອບພິທີບູຊາຕາມຄວາມເຊື່ອຖື. ມີເລື່ອງເລົ່າກັນມາວ່າ ໃນເວລາຊາວເມືອງ ກໍາລັງທໍາພິທີປັກຫຼັກເມືອງ ຢູ່ນັ້ນ; ນາງ ສີ ຜູ້ເຊິ່ງກຳລັງຖືພາ ໄດ້ສະລະຊີບໂດດລົງຂຸມ, ນາງ ຖືກຝັງພ້ອມກັບຫຼັກເມືອງ ແລະ ກາຍເປັນຜີຫຼັກເມືອງ. ວັດນີ້ ຈຶ່ງໄດ້ຊື່: ສີເມືອງ ການທໍາພິທີບວງສວງຜີຫຼັກເມືອງ ຈະມີຂຶ້ນທຸກໆປີ ກ່ອນບຸນນະມັດສະການພະທາດຫຼວງ ແລະ ຂະບວນແຫ່ຜາສາດເຜິ້ງອັນງົດງາມ ກໍ່ຈະເລີ່ມແຫ່ແຕ່ວັດນີ້ໄປສູ່ພຣະ ທາດຫຼວງວຽງຈັນ.


No comments:

Post a Comment

Post Top Ad

Your Ad Spot