ນະຄອນຫລວງວຽງຈັນ ເປັນເມືອງເອກຂອງ ສປປ ລາວ
ເຊິ່ງມີການຈະເລີນເຕີບໂຕຢ່າງວ່ອງໄວທາງດ້ານພື້ນຖານໂຄງລ່າງ, ເສດຖະກິດ ແລະ
ວັດທະນະທຳ-ສັງຄົມ. ນະຄອນຫລວງວຽງຈັນ
ຍັງເປັນທີ່ຕັ້ງຍຸດທະສາດອັນສຳຄັນທາງດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກັານຕ່າງປະເທດ, ການເມືອງ-ການປົກຄອງຂອງຊາດ
ເຊິ່ງບັນດາກະຊວງ, ທະບວງການ
ແລະສຳນັກງານຕ່າງໆຂອງລັດຖະບານແມ່ນຕັ້ງຢູ່ໃນນະຄອນຫລວງແຫ່ງນີ້ ແລະ
ຍັງເປັນສູນກາງທຸລະກິດນຳອີກ. ປັດຈຸບັນ, ນະຄອນຫຼວງວຽງຈັນ ມີປະຊາກອນອາໃສຢູ່ເກືອບ 8 ແສນຄົນ, ມີເນື້ອທີ່ 3,920
ກິໂລຕາແມັດ
ເຊິ່ງເປັນເຂດທີ່ມີປະຊາຊົນອາໄສຢູ່ຢ່າງໜາແໜ້ນທີ່ສຸດໃນປະເທດ (ປະມານ 200
ຄົນ/ຕາລາງກິໂລແມັດ). ນະຄອນຫລວງວຽງຈັນ ປະກອບມີ 9
ຕົວເມືອງໄດ້ແກ່ ເມືອງຈັນທະບູລີ, ເມືອງສີໂຄດຕະບອງ, ເມືອງໄຊເສດຖາ, ເມືອງສີສັດຕະນາກ, ເມືອງນາຊາຍທອງ, ເມືອງໄຊທານີ, ເມືອງສັງທອງ
ແລະ ເມືອງປາກງື່ມ. ນະຄອນຫລວງວຽງຈັນ ເປັນເຂດຮາບພຽງ
ອ້ອມຮອບດ້ວຍພູເຂົາຄວາຍຕໍ່ໃສ່ສາຍພູງູ, ມີແມ່ນ້ຳສາຍຫລັກຄືແມ່ນ້ຳຂອງ ແລະ
ນ້ຳງື່ມ.ຄ້ອຍຄ່ຳຍາມແລງ ຈະເຫັນຜູ້ຄົນຍ່າງເລາະຫລິ້ນໄປຕາມແຄມຂອງທັງຄົນລາວ
ແລະ ນັກທ່ອງທ່ຽວຕ່າງຊາດພາກັນມານັ່ງພັກ ຜ່ອນຢ່ອນໃຈ, ຮັບປະທານອາຫານແຊບໆຕາມບັນດາຮ້ານທີ່ຢັ່ງຢາຍໄປຕາມແຄມຂອງ
ແລະ
ເບິ່ງຕາເວັນຕົກດິນເຊິ່ງກາຍເປັນມົນສະເໜ່ຂອງວຽງຈັນຍາມອາທິດອັດສະດົງ
ຍາກທີ່ຈະຫາບ່ອນອື່ນໃດມາປຽບປານ. ນອກນັ້ນ, ຍັງມີພະທາດຫຼວງວຽງຈັນອັນເປັນມິ່ງຂັວນຂອງປວງຊົນລາວທັງຊາດແລະ
ເປັນສັນຍາລັກປະຈຳຊາດນຳອີກ. ຢູ່ໃນນະຄອນ
ຫຼວງວຽງຈັນປະກອບມີຕະຫຼາດນ້ອຍໃຫຍ່ເຖິງ 83 ແຫ່ງ
ສະທ້ອນໃຫ້ເຫັນເຖິງການດຳລົງຊີວິດຂອງແມ່ຄ້າຊາວຂາຍ
ທີ່ຕິດພັນກັບຕະຫຼາດໃນທຸກໆມື້
ທັງຍັງເປັນແຫຼ່ງດຶງດູດໃຈໃຫ້ແກ່ນັກທ່ອງທ່ຽວທີ່ຕ້ອງການເລາະຊົມ-ເລາະຊື້ຜະລິດຕະພັນນາໆປະເພດທັງເຄື່ອງສົດ
ແລະ ຂອງແຫ້ງພ້ອມທັງຮຽນຮູ້ວິຖີຊີວິດຂອງປະຊາຊົນລາວ.
” ທ່ຽວນະຄອນຫລວງວຽງຈັນ ເມືອງເອກລືນາມຕາມຕຳນານກ່າວຂານ ວຽງຈັນສີສັດຕະນາກຄະນະຫຸດ
ວິລະບູລຸດລາວເກັ່ງກ້າ ພະຍາຟ້າງຸ່ມ ໄຊເສດຖາ ສຸລິຍະວົງສາ ອານຸວົງເຈົ້າ
ເຕົ້າໂຮມສ້າງແຜ່ນດິນລາວລ້ານຊ້າງ ສຸດທີລາວເອກອ້າງ
ພະທາດຫລວງມິ່ງຂັວນເມືອງເຮືອງຮູ່ງໃນວັດທະນະທຳ ງາມທັງທຳມະຊາດ ຕາມລຳແມ່ນໍ້າຂອງ
ຫາດຊາຍສີທອງດອນຈັນ ຕາເວັນລັບຂອບຟ້າ ອັດສະດົງລົງແລງ ຊີມອາຫານທີແຊບຊ້ອຍເອກະລັກວຽງຈັນ
ຫັນມາສູ່ຄວາມປະທັບໃຈ ດ້ວຍອັດທະຍາໄສໄມຕຣີຈິດມິດຕະພາບທີ່ແສນດີ ຂອງຊາວວຽງທ່ານເອີຍ.”

No comments:
Post a Comment